网传中国景洪水电站泄洪完全是谣言(老挝语版)

应用介绍

ພວກເຮົາໄດ້ຕິດຕາມຂ່າວວ່າ,ໃນມໍ່ໆມານີ້,ສື່ມວນຊົນສັງຄົມທາງອິນເຕີເນັດໄດ້ເຜີຍແຜ່ຂ່າວກ່ຽວກັບການປ່ອຍນໍ້າຂະໜາດໃຫຍ່ຂອງເຂື່ອນໄຟຟ້ານໍ້າຕົກຊຽງຮຸ່ງເຮັດໃຫ້ມີຜົນກະທົບຕໍ່ປະເທດລາວ.ຜ່ານການກວດສອບ ແລະ ຢັ້ງຢືນ,ເຂື່ອນໄຟຟ້ານໍ້າຕົກທີ່ກ່ຽວຂ້ອງຂອງຈີນໄດ້ຈັດການນໍາຕາມປົກກະຕິ,ປະລິມານນໍ້າໄຫຼອອກຈາກເຂື່ອນໄຟຟ້າຢ່າງສະໝໍ່າສະເໝີ,ຂ່າວທີ່ກ່ຽວກັບປ່ອຍນໍ້າແມ່ນຂ່າວລື.ທີ່ຈິງແລ້ວ,ນຶກເຖິງປະເທດລາວກັບບັນດາປະເທດທີ່ຢູ່ລຸ່ມແມ່ນໍ້າໃນມໍ່ໆນີ້ຝົນຕົກແຮງ ແລະ ນໍ້າຝົນຫຼາຍ,ລະດັບນໍ້າກໍຂຶ້ນ,ເຂື່ອນໄຟຟ້ານໍ້າຕົກຂອງຈີນບໍ່ພຽງແຕ່ບໍ່ໄດ້ປ່ອຍນໍ້າ,ຍັງໄດ້ປັບປະລິມານການໄຫຼອອກໜ້ອຍລົງ,ໜ້ອຍກ່ວາໄລຍະດຽວກັນພຽງເປັນ30%ຂອງການສະເລ່ຍປະລິມານນໍ້າໄຫຼກ່ອນເຂື່ອນໄຟຟ້ານໍ້າຕົກທີ່ໄດ້ສ້າງຂຶ້ນ),ນໍ້າຖ້ວມລາວທີ່ເກີດຂຶ້ນໃນມໍ່ໆນີ້ແມ່ນເກີດຈາກຝົນຕົກຫຼາຍຢູ່ພາຍປະເທດລາວ.

ປະລິມານນໍ້າທີ່ໄຫຼອອກຈາກຈີນພຽງກວມ13.5%ຂອງປະລິມານນໍ້າຂອງແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ,ດັ່ງນັ້ນ,ມີຜົນກະທົບຕໍ່ການໄຫຼຂອງນໍ້າທາງດ້ານລຸ່ມມີຄວາມຈໍາກັດ.ຫຼັງຈາກເຂື່ອນໄຟຟ້ານໍ້າຕົກໄດ້ສ້າງສໍາເລັດ ແລະ ກໍາເນີນການຜະລິດມາ,ມີບົດບາດຢ່າງຕັ້ງໜ້າໃນການປັບນໍ້າໃນຍາມຝົນຕົກມີຫຼາຍ ແລະ ການເພີ່ມນໍ້າໃນຍາມແຫ້ງແລ້ງຢ່າງມີປະສິດທິຜົນ,ໃນເມື່ອນໍ້າຝົນຫຼາຍ,ກໍເກັບນໍ້າຝົນຈໍານວນໜຶ່ງໃນອ່າງນໍ້າ,ໃນເມື່ອຍາມແລ້ງມາ,ກໍດໍາເນີນການປ່ອຍນໍ້າລົງສູ່ລຸ່ມ,ດ້ານໜຶ່ງແມ່ນຫຼຸດຜ່ອນການຕ້ານໄພນໍ້າຖ້ວມຂອງລຸ່ມແມ່ນໍ້າຂອງ,ອີກດ້ານໜຶ່ງກໍແມ່ນຕອບສະໜອງຄວາມຕ້ອງການນໍ້າຂອງປະຊາຊົນທີ່ອາໃສຢູ່ຕາມແມ່ນໍ້າຂອງ.ໃນກໍລະນີພິເສດຄືການກວດກາເຂື່ອນໄຟຟ້ານໍ້າຕົກ,ຝ່າຍຈີນຈະແຈ້ງໃຫ້ບັນດາປະເທດທີ່ຢູ່ລຸ່ມແມ່ນໍ້າຂອງ ແລະ ກໍາມາທິການແມ່ນໍ້າຂອງຊາບກ່ຽວກັບຂໍ້ມູນການຈັດການນໍ້າ,ໃນເມື່ອພົບໄພນໍ້າຖ້ວມຫຼືໄພແຫ້ງແລ້ງທີ່ເປັນຂີດຈໍາກັດ,ຝ່າຍຈີນກໍເຄີຍຈັດການຊ່ວຍເຫຼືອໄພພິບັດທີ່ເກີດຂຶ້ນຢູ່ລຸ່ມແມ່ນໍ້າຂອງເປັນຊົ່ວຄາວ.ພວກເຮົາພວມລະດົມອົງການຈີນທີ່ປະຈໍາລາວ ແລະ ພົນລະເມືອງຈີນດໍາເນີນການຕັ້ງໜ້າໃຫ້ການບັນເທົາທຸກສຸກເສີນແກ່ຜູ້ປະສົບໄພພິບັດໃນລາວ,ລາຍລະອຽດຈະແຈ້ງໃຫ້ຊາບຕາມທີ່ຫຼັງ.


点赞(0)

立即下载

评论列表 共有 0 条评论

暂无评论

微信小程序

微信扫一扫体验

立即
投稿

微信公众账号

微信扫一扫加关注

发表
评论
返回
顶部